summaryrefslogtreecommitdiff
path: root/examples/test-lao.txt
diff options
context:
space:
mode:
Diffstat (limited to 'examples/test-lao.txt')
-rw-r--r--examples/test-lao.txt2
1 files changed, 0 insertions, 2 deletions
diff --git a/examples/test-lao.txt b/examples/test-lao.txt
deleted file mode 100644
index 012025e4..00000000
--- a/examples/test-lao.txt
+++ /dev/null
@@ -1,2 +0,0 @@
-ເກັບພາບງາມໆມາຝາກໃຫ້ແຟນໆໄດ້ເຫັນເຕັມໆຕາທີ່ມະຫາສານ.ຄອມ
- ປະຈຸບັນ, ຕ້ອງຍອມຮັບກັນວ່າ ກະແສຕອບຮັບແນວເພງສະຕິງກຳລັງມາແຮງອີ່ຫລີ, ບາງບົດເພງນອກຈາກຈະເປັນທີ່ນິຍົມໃນບ້ານເຮົາ ເມືອງເຮົາແລ້ວ ຍັງຂ້າມຝັ່ງໄປດັງຢູ່ບ້ານເພີ່ນອີກ. ບໍ່ແມ່ນຕັ້ງເວົ້າ ເມື່ອກ່ອນນັກທ່ອງທ່ຽວຊາວຕ່າງຊາດທີ່ເຂົ້າມາທ່ຽວບ້ານເຮົາເພິ່ນມັກຖາມວ່າ ເປັນຫຍັງຄົນລາວຈຶ່ງບໍ່ມັກເປິດເພງລາວໂດຍສະເພາະໃນຮ້ານກິນດື່ມ, ຮ້ານອາຫານ ຫລື ແມ່ນແຕ່ຕາມບ້ານເຮືອນ ແລະ ຕະຫລາດ, ແຕ່ດຽວນີ້ຂໍປະທານໂທດ ເພິ່ນຫັນມາເປີດເພງລາວກັນແລ້ວ ເນື່ອງຈາກສັງຄົມກໍ່ຍອມຮັບ, ບົດເພງກໍ່ມ່ວນ ເນື້ອຫາກໍ່ຖືກໃຈແຖມຍັງເປັນການສົ່ງເສີມໃຫ້ສິລະປິນລາວ ແລະ ຜູ້ຢູ່ເບື້ອງຫລັງມີກຳລັງໃຈພັດທະນາວຽກ ແລະ ຜົນງານຂອງຕົນອີກ... ອີກດ້ານໜື່ງນອກຈານສິລະປິນຈະຕ້ອງບຸກບືນ ເພື່ອໃຫ້ຕົວເອງໄດ້ເຂົ້າມາຢູ່ໃນວົງການແລ້ວ, ຝ່າຍເຈົ້າຂອງຄ້າຍເພງກໍ່ພະຍາຍາມເຟັ້ນຫານັກຮ້ອງສຽງດີ ມີແວວດັງເຂົ້າມາເປັນສະມາຊິກຂອງຄ້າຍເພງຕົນເອງເຊັ່ນກັນ.