ເກັບພາບງາມໆມາຝາກໃຫ້ແຟນໆໄດ້ເຫັນເຕັມໆຕາທີ່ມະຫາສານ.ຄອມ ປະຈຸບັນ, ຕ້ອງຍອມຮັບກັນວ່າ ກະແສຕອບຮັບແນວເພງສະຕິງກຳລັງມາແຮງອີ່ຫລີ, ບາງບົດເພງນອກຈາກຈະເປັນທີ່ນິຍົມໃນບ້ານເຮົາ ເມືອງເຮົາແລ້ວ ຍັງຂ້າມຝັ່ງໄປດັງຢູ່ບ້ານເພີ່ນອີກ. ບໍ່ແມ່ນຕັ້ງເວົ້າ ເມື່ອກ່ອນນັກທ່ອງທ່ຽວຊາວຕ່າງຊາດທີ່ເຂົ້າມາທ່ຽວບ້ານເຮົາເພິ່ນມັກຖາມວ່າ ເປັນຫຍັງຄົນລາວຈຶ່ງບໍ່ມັກເປິດເພງລາວໂດຍສະເພາະໃນຮ້ານກິນດື່ມ, ຮ້ານອາຫານ ຫລື ແມ່ນແຕ່ຕາມບ້ານເຮືອນ ແລະ ຕະຫລາດ, ແຕ່ດຽວນີ້ຂໍປະທານໂທດ ເພິ່ນຫັນມາເປີດເພງລາວກັນແລ້ວ ເນື່ອງຈາກສັງຄົມກໍ່ຍອມຮັບ, ບົດເພງກໍ່ມ່ວນ ເນື້ອຫາກໍ່ຖືກໃຈແຖມຍັງເປັນການສົ່ງເສີມໃຫ້ສິລະປິນລາວ ແລະ ຜູ້ຢູ່ເບື້ອງຫລັງມີກຳລັງໃຈພັດທະນາວຽກ ແລະ ຜົນງານຂອງຕົນອີກ... ອີກດ້ານໜື່ງນອກຈານສິລະປິນຈະຕ້ອງບຸກບືນ ເພື່ອໃຫ້ຕົວເອງໄດ້ເຂົ້າມາຢູ່ໃນວົງການແລ້ວ, ຝ່າຍເຈົ້າຂອງຄ້າຍເພງກໍ່ພະຍາຍາມເຟັ້ນຫານັກຮ້ອງສຽງດີ ມີແວວດັງເຂົ້າມາເປັນສະມາຊິກຂອງຄ້າຍເພງຕົນເອງເຊັ່ນກັນ.